Tuesday, February 2, 2021

ເນື້ອເພງ ງາມແທ້ເມືອງລາວ

ງາມແທ້ເມືອງລາວ

 ເມກລອຍກະຈາຍ ສາຍລົມພັດເປົ່າ

ງາມແທ້ເມືອງລາວ ແວວວາວສວຍສະດຸດຕາ

ຜົ້ງສາລີຊຳເໜືອ ງາມເຫຼືອສຸດພັນລະນາ

ອຸດົມໄຊບໍ່ແກ້ວນ້ຳທາ ສັມຊາວປະຊາມີສຸກທັງປວງ

**ເຂດແຄ້ວນແດນໄດ້ ຫາໃສທຽບທັນ 

ນ້ຳຂອງນ້ຳຄານ ປະສານກອດໃຈເມືອງຫຼວງ

ໄຊຍະບຸລີ ຖິ່ນນີ້ຍັງຝັງໃນຊວງ 

ວຽງຈັນຊຽງຂວາງ ຈາກມາແສນຫ່ວງຄືນນັ້ນ

***ລາຕຮີເຊີດສັນ ວຽງຈັນນະຄອນຫຼວງ

ໃຈຫຼາຍລ້ານດວງ ຂໍນອມນະມັດສະການ

ບໍລິຄຳໄຊຄຳມ່ວນ ທົບທວນໃຫ້ໃຈໄຝ່ຝັນ

ສະຫວ້ນນະເຂດຕິດສາລະວັນ ຕຳນານເມືອງໄດ

Thursday, November 29, 2018

ເນື້ອເພງ ມ່ວນແທ້ບ້ານເຮົາ


ມ່ວນແທ້ບ້ານເຮົາ
ຢູ່ບ້ານເຮົາ ມ່ວນແທ້ລະນາ
ເຖິງແມ່ນເຮັດນາ ກິນປາກິນປົ່ນ
ແກງໜໍ່ສົ້ມ ໃສ່ກັບປາຄໍ່ທົ່ງ
ມີຄວາມສຸກເຫຼືອລົ້ນ ບ້ານເກີດເມືອງນອນ
ຢູ່ບ້ານເຮົາ ເຂົ້າຫອມປາໃໝ່
ປາຕ້ອນປາໄຊ ສັດໃນດົງປ່າ
ພັກເຕັມດ້າວ ທຳມະຊາດສ້າງມາ
ມີຜັກຫວານໜໍ່ຄ່າ ທັງໜໍ່ຈ້າໜໍ່ຫຼັ່ນ
*ບ້ານຂອງເຮົາ ພາສຸກໃຈຫຼາຍ
ຍາມເຂົ້າໃໝ່ ຫອມອາຍຫອມຫວນ
ມື້ປີໃໝ່ ໄປຫາຫົດສົງ
ເດືອນສິບເອັດນ້ຳລົງ ໄຫຼເຮືອໄຟມ່ວນຊື່ນ
ຊ່ວງເຮືອຍາວ ສຽງກອງຕຸ້ມເປິ້ງ
ຕຸ້ມເປິດເປິ້ງຕຸ້ມເປິດຕຸ້ມເປິ້ງ
ສຽງລຳເຊີ້ງ ຊີງສາບແຄນຍາວ
ມ່ວນຫຼາຍບ້ານເຮົາ ມ່ວນແທ້ມ່ວນວ່າ
ຢູ່ເທິງເຊີ້ງແຮ່ ເປັນແພຟ້ອນໄປ
ບໍ່ວ່ານ້ອຍວ່າໃຫ່ຍ ຊາວໜຸ່ມສູມສາວ
ຜູ້ເພີ່ນເຖົ້າຫົວຂາວ ກະແຮງຟ້ອນແຮງມ່ວນ
./.

ບໍ່ຖືກທ່ອນໃດ ກໍ່ຂໍອະໄພມານະທີ່ນີ້ດ້ວຍ

-----------------------

ເນື້ອເພງ ແມງຜູ່

ແມງຜູ່
**ຍາມເຊົ້າຕູ່ ແມງຜູ່ຈະບິນໄປໃສ
ຕາເວັນ ຍັງຢູ່ຫ່າງໄກ
ຍັງບໍ່ເຮືອງໃສ ດັ່ງໃຈໝາຍປອງ
ຫຼຽວແລມອງ ດອກໄມ້ໃບຂຽວ
ໜຽວໃຈໄຝ່ຝັນ ເຜີລຳພັນຄອຍຄ່ອຍ
ຫອມດອກໄມ້ ກິ່ນໂຫຍລົງມາ
ຕາເວັນຢ່າມົວ ຢ່າມົວອຽງອາຍ
ຂວັນໃຈ ຄອຍຄະນຶງນຳ
ສະເໜ່ເຄີຍລ້ຳຈະມາຫຼືໃດ

ຈະມາຫຼືໃດ ຈະມາຫຼືໃດ
./.
*ບໍ່ຖືກທ່ອນໃດ ກໍ່ຂໍອະໄພມານະທີ່ນີ້ດ້ວຍ
---------------------------
ເນື້ອເພງ ແມງຜູ່

ເນື້ອເພງ ຢູ່ໃສເດຈະເໝືອນບ້ານເຮົາ



ຢູ່ໃສເດຈະເໝືອນບ້ານເຮົາ
ສຽງດົນຕີ ມະໂຫລີບ້ານເຮົາ
ຂອງເດີມເກົ່າ ແຕ່ໂບຮານນະການ
ກ້ອງປະສານ ສຽງລະນາດຄ້ອງວົງ
ດັງກ້ອງສົ່ງ ສຽງຄຸ່ຍສຽງແຄນ (ດັງກ້ອງສົ່ງ ສຽງຄຸ່ຍສຽງແຄນ)
*ຟ້ອນລາວແພນ ແສນນິ້ມນວນງາມຕາ
ຟ້ອນຈຳປາ ເຈົ້າໂສພາສົດໃສ
ຢູ່ແດນໃດ ຫົວໃຈບໍ່ລືມ
ແສນຊາບຊຶ້ງ ດັ່ງສຽງກອງແມ່ເອີຍ (ແສນຊາບຊຶ້ງ ດັ່ງສຽງກອງແມ່ເອີຍ)
ຢູ່ໃສເດ ຈະເໝືອນບ້ານເຮົາ
ຢູ່ບ້ານເຮົາ ມີຄວາມຮັກໃຄ້
ສະໜຸກຫົວໃຈ ໃນຮອຍຍິ້ມໄມຕີ
ເມດຕາອາລີ ນ້ອງພີ່ລາວເອີຍ (ເມດຕາອາລີ ນ້ອງພີ່ລາວເອີຍ)
ຈະຢູ່ໃສ ຢູ່ໃກ້ຫຼືໄກ
ຢູ່ແດນໃດ ຍັງຄິດຮອດບ້ານເຮົາ
ສຽງແຄນຈ້າວ ລາວເອີຍກ້າວໄປ
ເຮົາຮ່ວມໃຈ ລາວເຂົ້າໜຽວສຽງແຄນ (ເຮົາຮ່ວມໃຈ ລາວເຂົ້າໜຽວສຽງແຄນ)
./.
-ບໍ່ຖືກທ່ອນໃດ ກໍ່ຂໍອະໄພມານະທີ່ນີ້ດ້ວຍ
------------------------------------------
ເພງ ຢູ່ໃສເດຈະເໝືອນບ້ານເຮົາ

ເນື້ອເພງ ບ້ານແມ່ເຮົາ - Our Mother's Land

ເພງ ບ້ານແມ່ເຮົາ
ປະເທດຊາດເອີຍ ແມ່ສຸດທີ່ຮັກນີ້ເອີຍ
ເຮົາຮັກເຈົ້າບໍ່ເຫີຍ ເຮົາບໍ່ໄລລະເລີຍ 
ຫ່າງເຈົ້າໄປໄກໄດ້ ເຮົາຮັກດັ່ງດວງໃຈ
ເຮົາແພງດັ່ງແກ້ວຕາ ເຮົາຂໍມອບຊີວາ
ໄວ້ຜືນແຜ່ນດິນແດນແຫ່ງນີ້ ດິນແມ່ແສນຮັ່ງມີ
ດິນແມ່ແສນສວຍງາມ ປູ່ຍ່າຕາຍາຍເຮົາສ້າງມາ
*ຢູ່ບ້ານແມ່ເຮົາ ກິນເຂົ້າໜຽວຈໍ້າປາແດກ ແຕ່ກໍ່ຍັງແຊບ
ແຕ່ກໍຍັງນົວ ດີກວ່າເປັນຂ້ອຍຊາດອື່ນເຂົາ
ຢູ່ບ້ານແມ່ເຮົາ ສະໜຸກສະໜານຫົວໃຈ
ໃຕ້ໃນລະບອບໃໝ່ ມີພັກນຳພາ
ປະຊາມີສິດເສລີ ເຮົາຍັງມີ
ມີນ້ອງມີພີ່ ລຸງປ້າອາວອາ
ສຸກທຸກຢູ່ໃດນັ້ນນາ ເຮົາຮ່ວມພາ
ຊ່ວຍເຫຼືອເກື້ອກູນ ຈະຢູ່ໃສໃສ
ຢູ່ປະເທດໃດ ຢູ່ໃກ້ຫຼືໄກ
ກໍ່ບໍ່ຄືບ້ານເຮົາ ພວກເຮົາຄົນລາວ
ພວກເຮົາລູກລາວ ພວກເຮົາເລືອດລາວ
ແມ່ຄືລາວຂອງພວກເຮົາ (ແມ່ນີ້ລາວຂອງພວກເຮົາ)
./.
-ບໍ່ຖືກທ່ອນໃດ ກໍ່ຂໍອະໄພມານະທີ່ນີ້ດ້ວຍ
-------------------------------------------------------
ເພງ ບ້ານແມ່ເຮົາ Our Mother's Land