ເພງ ບ້ານແມ່ເຮົາ
ປະເທດຊາດເອີຍ ແມ່ສຸດທີ່ຮັກນີ້ເອີຍ
ເຮົາຮັກເຈົ້າບໍ່ເຫີຍ ເຮົາບໍ່ໄລລະເລີຍ
ຫ່າງເຈົ້າໄປໄກໄດ້ ເຮົາຮັກດັ່ງດວງໃຈ
ເຮົາແພງດັ່ງແກ້ວຕາ ເຮົາຂໍມອບຊີວາ
ໄວ້ຜືນແຜ່ນດິນແດນແຫ່ງນີ້ ດິນແມ່ແສນຮັ່ງມີ
ດິນແມ່ແສນສວຍງາມ ປູ່ຍ່າຕາຍາຍເຮົາສ້າງມາ
*ຢູ່ບ້ານແມ່ເຮົາ ກິນເຂົ້າໜຽວຈໍ້າປາແດກ ແຕ່ກໍ່ຍັງແຊບ
ແຕ່ກໍຍັງນົວ ດີກວ່າເປັນຂ້ອຍຊາດອື່ນເຂົາ
ຢູ່ບ້ານແມ່ເຮົາ ສະໜຸກສະໜານຫົວໃຈ
ໃຕ້ໃນລະບອບໃໝ່ ມີພັກນຳພາ
ປະຊາມີສິດເສລີ ເຮົາຍັງມີ
ມີນ້ອງມີພີ່ ລຸງປ້າອາວອາ
ສຸກທຸກຢູ່ໃດນັ້ນນາ ເຮົາຮ່ວມພາ
ຊ່ວຍເຫຼືອເກື້ອກູນ ຈະຢູ່ໃສໃສ
ຢູ່ປະເທດໃດ ຢູ່ໃກ້ຫຼືໄກ
ກໍ່ບໍ່ຄືບ້ານເຮົາ ພວກເຮົາຄົນລາວ
ພວກເຮົາລູກລາວ ພວກເຮົາເລືອດລາວ
ແມ່ຄືລາວຂອງພວກເຮົາ (ແມ່ນີ້ລາວຂອງພວກເຮົາ)
./.
-ບໍ່ຖືກທ່ອນໃດ ກໍ່ຂໍອະໄພມານະທີ່ນີ້ດ້ວຍ
No comments:
Post a Comment