ມ່ວນແທ້ບ້ານເຮົາ
ຢູ່ບ້ານເຮົາ ມ່ວນແທ້ລະນາ
ເຖິງແມ່ນເຮັດນາ ກິນປາກິນປົ່ນ
ແກງໜໍ່ສົ້ມ ໃສ່ກັບປາຄໍ່ທົ່ງ
ມີຄວາມສຸກເຫຼືອລົ້ນ ບ້ານເກີດເມືອງນອນ
ຢູ່ບ້ານເຮົາ ເຂົ້າຫອມປາໃໝ່
ປາຕ້ອນປາໄຊ ສັດໃນດົງປ່າ
ພັກເຕັມດ້າວ ທຳມະຊາດສ້າງມາ
ມີຜັກຫວານໜໍ່ຄ່າ ທັງໜໍ່ຈ້າໜໍ່ຫຼັ່ນ
*ບ້ານຂອງເຮົາ ພາສຸກໃຈຫຼາຍ
ຍາມເຂົ້າໃໝ່ ຫອມອາຍຫອມຫວນ
ມື້ປີໃໝ່ ໄປຫາຫົດສົງ
ເດືອນສິບເອັດນ້ຳລົງ ໄຫຼເຮືອໄຟມ່ວນຊື່ນ
ຊ່ວງເຮືອຍາວ ສຽງກອງຕຸ້ມເປິ້ງ
ຕຸ້ມເປິດເປິ້ງຕຸ້ມເປິດຕຸ້ມເປິ້ງ
ສຽງລຳເຊີ້ງ ຊີງສາບແຄນຍາວ
ມ່ວນຫຼາຍບ້ານເຮົາ ມ່ວນແທ້ມ່ວນວ່າ
ຢູ່ເທິງເຊີ້ງແຮ່ ເປັນແພຟ້ອນໄປ
ບໍ່ວ່ານ້ອຍວ່າໃຫ່ຍ ຊາວໜຸ່ມສູມສາວ
ຜູ້ເພີ່ນເຖົ້າຫົວຂາວ ກະແຮງຟ້ອນແຮງມ່ວນ
./.
- ບໍ່ຖືກທ່ອນໃດ ກໍ່ຂໍອະໄພມານະທີ່ນີ້ດ້ວຍ
-----------------------
No comments:
Post a Comment